ຂໍ້ຕົກລົງ

ເງື່ອນໄຂການໃຊ້ງານ

1. ການຊື້ ແລະ ການຊຳລະເງິນ

ລູກຄ້າຕ້ອງໂອນເງິນຕາມຈຳນວນທີ່ລະບຸ ແລະ ອັບໂຫຼດຫຼັກຖານການໂອນທີ່ຊັດເຈນ ຄຳສັ່ງຊື້ຈະຖືກອະນຸມັດຫຼັງທີມງານກວດສອບຫຼັກຖານແລ້ວ ພາຍໃນ 24 ຊົ່ວໂມງ

2. ນະໂຍບາຍຄືນເງິນ

ຍ້ອນ Template ເປັນສິນຄ້າດິຈິຕອນທີ່ດາວໂຫຼດໄດ້ທັນທີຫຼັງອະນຸມັດ ຈຶ່ງບໍ່ຮັບຄືນເງິນຫຼັງຈາກອະນຸມັດ ແລະ ດາວໂຫຼດແລ້ວ ແນະນຳໃຫ້ລູກຄ້າເບິ່ງ demo ໃຫ້ລະອຽດກ່ອນຕັດສິນໃຈຊື້ ຫາກໂອນຜິດພາດ ຫຼື ຕ້ອງການຍົກເລີກກ່ອນອະນຸມັດ ສາມາດຕິດຕໍ່ທີມງານໄດ້

3. ສິດການນຳໃຊ້ Template

Template ແຕ່ລະອັນອະນຸຍາດໃຫ້ໃຊ້ໄດ້ 1 ໂປຣເຈັກຕໍ່ 1 ຄັ້ງການຊື້ ຫ້າມນຳໄປຂາຍຕໍ່ ຫຼື ແຈກຢາຍໄຟລ໌ຕົ້ນສະບັບໃຫ້ບຸກຄົນອື່ນໂດຍບໍ່ໄດ້ຮັບອະນຸຍາດ

4. ຄວາມຮັບຜິດຊອບ

ພວກເຮົາພະຍາຍາມໃຫ້ Template ທຸກອັນເຮັດວຽກຖືກຕ້ອງ ແຕ່ບໍ່ຮັບປະກັນຄວາມເໝາະສົມກັບທຸກລະບົບ ຫຼື browser ທຸກລຸ້ນ 100%